Language :

ໂຄງການໂດຍສັງເຂບ

ບໍລິສັດໄຟຟ້າຫ້ວຍເຫາະ (HHPC) ແມ່ນຜູ້ຜະລິດໄຟຟ້າເອກະຊົນຂະໜາດໃຫຍ່ (IPP) ທີ່ຕັ້ງຢູ່ ແຂວງອັດຕະປື, ພາກໃຕ້ຂອງລາວ. ເຂື່ອນໄຟຟ້ານ້ຳຕົກ ມີກຳລັງຕິດຕັ້ງ 152 MW ເຊີ່ງ ໄດ້ເລີ້ມການຜະລິດເພື່ອການຄ້າໃນປີ 1999. ບໍລິສັດໄດ້ດຳເນີນການຕາມສັນຍາກັບລັດຖະບານແຫ່ງ ສ.ປ.ປ ລາວໃນຮູບແບບ ສ້າງ, ຜະລິດ ແລະ ມອບໂອນ (BOT) ທີ່ໄດ້ສະໜອງພະລັງງານໄຟຟ້າໃຫ້ ຟຟລ ແລະ ສົ່ງອອກຂາຍໃຫ້ ກຟຜ ແຫ່ງປະເທດໄທ.

ພູພຽງບໍລິເວນຕັ້ງຢູ່ພາກໃຕ້ຂອງລາວ ເຊີ່ງ ເປັນເຂດພູສູງທີ່ມີເນື້ອທີ່ທັງໝົດປະມານ 5.000 ກມ2 ໄດ້ກວມເອົາບາງສ່ວນຂອງແຂວງຈໍາປາສັກ, ສາລະວັນ ແລະ ອັດຕະປື.

ທາງພາກໃຕ້ ແລະ ພາກຕາເວັນອອກຂອງພູພຽງນີ້ເປັນເຈີ້ຍພູທີ່ມີໄລຍະທາງບໍ່ພໍເທົ່າໃດກິໂລແມັດເທົ່ານັ້ນ ແຕ່ພັດມີຄວາມສູງປ່ຽນແປງແຕ່ 1.000 ມ ຫາ 1.200 ມ ທຽບໃສ່ລະດັບນໍ້າທະເລ. ຄວາມສູງຊັນຂອງເຈີ້ຍພູດັ່ງກ່າວນີ້ກາຍເປັນເຂດທີ່ເໝາະສົມທີ່ສຸດ ສຳລັບການເຮັດໄຟຟ້າແຮງສູງ.

ເຂື່​ອນ

ລັກສະນະ
ຄອນກຼີດປະສົມຫີນ
ຄວາ​ມສູງ
79 ມ
ບໍລິ​ມາດ​ເຂື່ອນ
1.11x1063

ອ່າງ​ເກັບ​ນ້ຳ​

ເນື້ອທີ່​ອາງ​ເກັບ​ນ້ຳ
37.0 km2
ລະດັບສູງ​ສຸດຂ​ອງນ້ຳ
883.00 ມ
​ເຫນືອ​ລະດັບ​ນ້ຳ​ທະ​ເລ​
ລະດັບ​ຕໍ່າສຸດ​ຂ​ອງນ້ຳ
861.00 ມ
ເຫນືອ​ລະດັບ​ນ້ຳ​ທະ​ເລ
ບໍລິ​ມາດ​ນຳ​ໃຊ້ນ້ຳ​ເຂົ້າ​ການ​ຜະລິດ
527x106 m3
ປະລິມານ​ການປ່ອຍນ້ຳ​ໄຫຼສູງ​ສຸດ
22.0 m3/s
ນ້ຳຝົນ​ແຕ່ລະ​ປີ (ໂດຍສະເລ່ຍ)
2,300 mm
ເນື້ອ​ທີ່​ເຂດອ່າງ​ໂຕ່ງ​ນ້ຳ
192.0 km2

ໂຮງ​ໄຟຟ້າ​

ກຳລັງ​ຕິດຕັ້ງ
150 MW (75 MW x 2)
ເຄື່ອງຈັກຂະໜາດນ້ອຍ
2,1 MW
ສຳລັບການສະໜອງ​ພາຍ​ໃນ.
ຍີ່​ຫໍ້ຂອງຈັກ
Pelton ​ເພນ​ຕອນ
ລະດັບນ້ຳ​ໂຕນ
775.5 ມ
ທາງ​ນ້ຳ​ໄຫລຍາວ
3,540 ມ
(ອຸມົງ​ຄວາມດັນຢູ່ໃຕ້​ດີ​ນ)

ສາຍ​ສົ່ງ

230 kV x 2 ວົງຈອນຄູ່
(ລວງຍາວຫຼາຍກວ່າ 161 ກມ ເຖີງຊາຍແດນໄທ-ລາວ)