Language :

ບໍລິສັດ​ແດ​ວູວິ​ສາວະ​ກຳ​/ກໍ່ສ້າງ ຂອງ​ ສ.ເກົາຫຼີ ແມ່ນຜູ້ລົງທຶນ ​ແລະ ພັດທະນາ​ໂຄງການ​ຜູ້ທຳອິດ ແລະ ທັງເປັນຜູ້ຮັບເໝົາກໍ່ສ້າງ (EPC) ​ໃນ​ປີ 1993. ບໍລິສັດ​ແດ​ວູ ໄດ້ຮັບສັນຍາ​ສຳ​ປະທານແບບ BOT ຈາກ​ລັດຖະບານ​ແຫ່ງ ສປປ ລາວ ໃນໄລຍະເວລາ 30 ປີ ​ເພື່ອ​ພັດທະນາ​ແຫຼ່ງພະລັງງານ​ໄຟຟ້າ​ນ້ຳຕົກ ​ ໃນ​ເຂດ​ພູ​ພຽງ​ບໍລິ​ເວນ, ຊື່​ງເປັນເຂດທີ່ຍັງບໍ່ໄດ້ມີການ ຂຸດຄົ້ນແຕ່ເປັນເຂດທີ່ດີທີ່ສຸດເພື່ອນຳໃຊ້ສ້າງເປັນ​ເຂື່ອນ​ໄຟຟ້ານ້ຳຕົກ.​ ເຂື່ອນໄຟຟ້ານີ້​ໄດ້​ເລີ້ມ​ຜະລິດ​ໃນ​ເດືອນ ກັນຍາ ປີ1999 ແລະ ​ໄດ້​ສະໜອງໄຟຟ້າ​ໃຫ້ການ​ໄຟຟ້າຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (ກຟຜ) ຢ່າງ​ບໍ່​ມີ​ການ​ຍຸດ​ສະ​ງັກຕະຫຼອດ​ມາ.

GDF SUEZ ພະລັງງານ​ສາກົນ ຮ່ວມ​ກັບ​ບໍລິສັດ​ຫວ້ຍ​ເຫາະ​ໄທ​ຈຳກັດ ​ໄດ້ຊື້ຮຸ້ນໃນຈຳນວນທີ່ສາມາດຄວບຄຸມບໍລິສັດໃນຕົ້ນປີ 2002 ແລະ ກາຍເປັນ​ຜູ້​ຜະລິດ​ໄຟຟ້າຢູ່ໃນ​ລາວ.

ໃນ​ປີ 2009 ກຸ່ມ​ບໍລິສັດ​ໂກລ ​ເຂົ້າ​ມາ​ຖື​ຮຸ້ນ 67,25% ຈາກ GDF SUEZ ພະລັງງານ​ສາກົນ, ດັ່ງ​ນັ້ນ ໂກຼ ກຣູບ ​ໄດ້​ກາຍ​ເປັນ​ຜູ້​ຖື​ຮຸ້ນ​ໃຫຍ່ ​ໃນ​ບໍລິສັດ​ໄຟຟ້າ​ຫ້ວຍ​ເຫາະ.

1993
1996
1997
1999
2002
2009
1993
ບໍລິສັດ​ແດ​ວູ ວິສາວະກຳ/ກໍ່ສ້າງ (ສ.ເກົາຫຼີ), ຜູ້ຮັບເໝົາກໍ່ສ້າງ (EPC), ທັງ​ເປັນ​ຜູ້​ລົງທຶນ​ເຂົ້າໃນແຫຼ່ງໄຟຟ້ານ້ຳຕົກຢູ່ພູພຽງບໍລິເວນໃນ ລາວ
23 Sep 1993
ເຊັນສັນຍາສໍາປະທານແບບ BOT ໄລຍະ30 ປີ (​​ໄລຍະເວລາແຕ່ປີ 1999 - 2029 ).
27 Jun 1996
ການສ້າງ​ຕັ້ງບໍລິສັດ
24 Jun 1997
ເຊັນສັນຍາຊື້ຂາຍໄຟຟ້າ ກັບການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) (​​ໄລຍະເວລາແຕ່ປີ 1999-2029)
3 Sep 1999
ເລີ້ມ​ຕົ້ນ​ຂາຍ​​ໄຟຟ້າເປັນ​ທາງ​ການ
22 Jan 2002
​ໄດ້​ໂອນຮຸ້ນ ບໍລິສັດໄຟຟ້າຫ້ວຍ​ເຫາະ ​ໃຫ້ GDF SUEZ ພະລັງງານສາກົນ (60% ຂອງຈໍານວນຮຸ້ນທັງໝົດ)
23 Dec 2002
ໄດ້ຮັບເງິນສິນເຊື່ອ​ໄລຍະ​ຍາວສຳລັບໂຄງການ
28 May 2009
ໂກຼກຣູບ​ເຂົ້າ​ຖື​ຮຸ້ນ ບໍລິສັດໄຟຟ້າ​ຫວ້ຍ​ເຫາະ (67.25% ຂອງຈຳນວນຮຸ້ນທັງໝົດ) ​ແລະ ​ແຮມ​ມາ​ຣາຈ ​ທີ່ດິນ ​ແລະ ການພັດທະນາ (12.75% ຂອງຈຳນວນຮຸ້ນທັງໝົດ)