Language :

ກຸ່ມບໍລິສັດໂກຼ ດຳເນີນທຸລະກິດດ້ານພະລັງງານ ໂດຍມີທຸລະກິດຫຼັກ ແມ່ນຜະລິດແລະຈຳໜ່າຍກະແສໄຟຟ້າອາຍນ້ຳ, ເພື່ອສະໜອງວຽກອຸດສາຫະກຳ ແລະ ນ້ຳເຢັນ ພາຍໃຕ້ທຸລະກິດຜູ້ຜະລິດໄຟຟ້າເອກະຊົນລາຍໃຫຍ່ (IPP – Independent Power Producer) ແລະ ຜູ້ຜະລິດໄຟຟ້າພະລັງຄວາມຮ້ອນຮ່ວມ ແລະ ອາຍນ້ຳ ມີກຳລັງການຜະລິດໄຟຟ້າລວມທັ້ງໝົດ 3,094 ເມກະວັດ, ອາຍນ້ຳ 1,116 ໂຕນຕໍ່ຊົ່ວໂມງ, ເພື່ອການອຸດສາຫະກຳ 5,292 ແມັດກ້ອນຕໍ່ຊົ່ວໂມງ ແລະ ນ້ຳເຢັນ 3,400 ໂຕນ.

ທຸລະກິດຜູ້ຜະລິດໄຟຟ້າເອກະຊົນຂະໜາດໃຫຍ່ ຈຳໜ່າຍກະແສໄຟຟ້າ ໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ພາຍໃຕ້ລະບຽບການຮັບຊື້ໄຟຟ້າຈາກຜູ້ຜະລິດໄຟຟ້າເອກະຊົນຂະໜາດໃຫຍ່ (IPP), ການໄຟຟ້າສ່ວນພູມິພາກ ພາຍໃຕ້ລະບຽບການຮັບຊື້ໄຟຟ້າຈາກຜູ້ຜະລິດໄຟຟ້າຂະໜາດນ້ອຍຫຼາຍ (VSPP) ແລະ ວິສາຫະກິດໄຟຟ້າລາວ ໂດຍໂຮງໄຟຟ້າໃນທຸລະກິດປະກອບມີໂຮງໄຟຟ້າໄອພີພີ ທີ່ໃຊ້ກ໊າສທຳມະຊາດ ແລະ ຖ່ານຫີນເປັນເຊື້ອໄຟ ໃນແຂວງຊົນບຸລີ ແລະ ລະຍອງ ໂຮງໄຟຟ້າພະລັງແສງໄຟຟ້າ(ແສງຕາເວັນ) ໃນແຂວງ ລະຍອງ ແລະ ໂຮງໄຟຟ້າພະລັງນ້ຳ ຕັ້ງຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

ທຸລະກິດໄຟຟ້າພະລັງຄວາມຮ້ອນຮ່ວມ ແລະ ອາຍນ້ຳ ຈຳໜ່າຍສະໜອງກະແສໄຟຟ້າໃຫ້ກັບ ກຟຜ. ພາຍໃຕ້ລະບຽບການຮັບຊື້ໄຟຟ້າຈາກຜູ້ຜະລິດໄຟຟ້າຂະໜາດນ້ອຍ (SPP) ແລະຈຳໜ່າຍກະແສໄຟຟ້າ, ອາຍນ້ຳ, ນ້ຳ ເພື່ອສະໜອງວຽກອຸດສາຫະກຳ ແລະ ນ້ຳເຢັນໃຫ້ກັບກຸ່ມລູກຄ້າອຸດສາຫະກຳ ສະຫຍາມອີສເທີນອິນດັສຕຽລພາກ ແຂວງລະຍອງ ເຊີ່ງໄດ້ເຊື່ອມຈອດໂຄງຂ່າຍໜ່ວຍຜະລິດເຂົ້າດ້ວຍກັນ ເພື່ອໃຫ້ການຈັດສົ່ງໄຟຟ້າ ແລະ ອາຍນ້ຳ ສືບຕໍ່ໄດ້ຢ່າງໝັ້ນຄົງ.

ນອກຈາກນີ້ ກຸ່ມບໍລິສັດໂກຼຍັງໃຫ້ບໍລິການດ້ານການວາງລະບົບຜະລິດໄຟຟ້າພະລັງງານແສງອາທິດ(ແສງຕາເວັນ) ຕິດຕັ້ງຍັງສະຖານທີ່ຂອງລູກຄ້າສຳລັບພາກທຸລະກິດ ແລະ ອຸດສາຫະກຳ.

ຄວາມເຊື່ອຖື ແລະ ໄວ້ວາງໃຈຈາກລູກຄ້າ ແມ່ນຄວາມພາກພູມໃຈຂອງກຸ່ມບໍລິສັດໂກຼ ພວກເຮົາຈີ່ງມຸ້ງໝັ້ນທີ່ຈະພັດທະນາ ແລະ ປັບປຸງຄຸນນະພາບຂອງຜະລິດຕະພັນ ແລະ ສືບຕໍ່ສະໜອງການໃຫ້ບໍລິການ ເຊີ່ງແມ່ນປັດໄຈທີ່ຈະຊ່ວຍເພີ້ມຂີດຄວາມສາມາດ ໃນການແຂ່ງຂັນໃຫ້ກັບລູກຄ້າ ແລະ ສົ່ງຜົນດີຕໍ່ປະເທດໄທໂດຍລວມ ນອກຈາກນີ້ ເຮົາຍັງໄດ້ສຸມໃສ່ການພັດທະນາຊຸມຊົນ ແລະ ອະນຸລັກສິ່ງແວດລ້ອມ ເພື່ອໃຫ້ກຸ່ມ ບໍລິສັດໂກຼ ແລະ ຊຸມຊົນສາມາດຢູ່ຮ່ວມກັນພາຍໃຕ້ສຳພັນທະພາບທີ່ດີ ແລະ ໝັ້ນຍືນສືບໄປ

ບໍລິສັດ ໂກຼ ພະລັງງານ ຈຳກັດ (ມະຫາຊົນ) ໄດ້ຖອດຖອນອອກຈາກການເປັນຫຼັກຊັບຈົດທະບຽນ ຢູ່ໃນຕະຫຼາດຫຼັກຊັບແຫ່ງປະເທດໄທສຳເລັດແລ້ວ ໂດຍ ໂກຼ ພະລັງງານ ເຊີ່ງແມ່ນບໍລິສັດຍ່ອຍຂອງ ບມຈ.ໂກຼບອລ ເພາເວີ້ ຊິນເນີຍີ່ ຫຼື GPSC ແກນນຳນະວັດຕະກຳທຸລະກິດໄຟຟ້າກຸ່ມ ປຕທ. ຍັງມີສະຖານະເປັນ ບໍລິສັດມະຫາຊົນ ຈຳກັດ ໂດຍຍັງຢຶດໝັ້ນຕໍ່ການເຄື່ອນໄຫວດຳເນີນທຸລະກິດຕາມຫຼັກການກຳກັບຕິດຕາມກິດຈະການທີ່ດີ (Corporate Governance) ໂປ່ງໃສ ແລະກວດກາໄດ້ ຕໍ່ໄປ.