Language :

ດ້ານທີ່ຕັ້ງພູມສັນຖານ

ລາວແມ່ນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ມີຊາຍແດນຕິດກັບກຳປູເຈຍ, ຈີນ, ມຽນມາ,ໄທ ແລະ ຫວຽດນາມ ທີ່ເປັນປະເທດບ້ານໃກ້ເຮືອນຄຽງກັນ. ພື້ນທີ່ຂອງປະເທດເປັນປ່າດົງຕຶບໜາ ເຊີ່ງສ່ວນໃຫຍ່ເປັນພູເຂົາທຳມະຊາດ ແລະ ບາງສ່ວນເປັນທົ່ງພຽງ ແລະ ພູພຽງ. ແມ່ນ້ຳຂອງກາຍເປັນເຂດຊາຍແດນສ່ວນໃຫຍ່ທາງພາກຕາເວັນຕົກທີ່ຕິດກັບປະເທດໄທ, ແລະ ສາຍພູຫຼວງກາຍເປັນເຂດຊາຍແດນເກືອບທັງໝົດທາງພາກຕາເວັນອອກ ທີ່ຕິດກັບະເທດຫວຽດນາມ. ມີລະດັບຄວາມສູງແຕ່ 70ມ ຫາ 2.817ມ ຈາກລະດັບນ້ຳທະເລ.

ເປັນປະເທດທີ່ມີອາກາດຮ້ອນແລະ ມີຝົນຫຼາຍ ເຊີ່ງແບ່ງອອກເປັນສອງລະດູຄື: ລະດູຝົນເລີ້ມແຕ່ເດືອນ ພຶດສະພາ ເຖີງທ້າຍເດືອນ ກັນຍາ ແລະ ລະດູແລ້ງເລີ້ມແຕ່ເດືອນ ຕຸລາ ເຖີງເດືອນເມສາ. ອຸນນະພູມສະເລ່ຍປະມານ 29 ອົງສາ.

ວຽງຈັນ ແມ່ນນະຄອນຫຼວງຂອງ ສ.ປ.ປ ລາວ ແລະ ອີກຕົວເມືອງອື່ນໆທີ່ສຳຄັນແມ່ນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.

ດ້ານສະຖິຕິຂອງພົນລະ​ເມື​ອງ

ພົນລະເມືອງລາວຄາດຄະເນມີປະມານ 7,1 ລ້ານຄົນ ໃນປີ 2019, ເຊີ່ງຢູ່ກະແຈກກະຈາຍໃນທົ່ວປະເທດ ປະຊາຊົນສ່ວນໃຫຍ່ດຳລົງຊິວິດໃນທົ່ງພຽງ ຕາມລຳແມ່ນ້ຳຂອງ ແລະ ສາຂາຂອງແມ່ນ້ຳຂອງ, ປະຊາຊົນໃນເຂດຕົວເມືອງກວມຢູ່ປະມານ 31%. ຊົນເຜົ່າຫຼັກແມ່ນຊົນເຜົ່າລາວລຸ່ມ (55%), ຊົນເຜົ່າຂະມຸ (11%), ແລະ ຊົນເຜົ່າມົ້ງ (8%).

ອາຍຸປານກາງແມ່ນ 20.7 ປີ, ອາຍຸຍືນສະເລ່ຍ 62 ປີ.

ສາດສະໜາຫຼັກໃນລາວແມ່ນສາດສະໜາພຸດ ເທລະວາດາ. ພ້ອມດຽວກັນ, ກໍ່ມີຈຳນວນຫນ້ອຍໜຶ່ງທີ່ນັບຖື ສາດສະໜາຄຣິດ ໂດຍສ່ວນໃຫຍ່ແມ່ນຢູ່ເຂດວຽງຈັນ ແລະ ສາດສະໜາອິດສະລາມ ໂດຍສ່ວນໃຫຍ່ແມ່ນຢູ່ເຂດຊາຍແດນທີ່ຕິດກັບມຽນມາ.

ພາສາທາງລັດຖະການແມ່ນພາສາລາວ, ສຳນຽງການອອກສຽງແມ່ນກຸ່ມພາສາສາດໄຕ. ພາສາຂຽນແມ່ນອີງຕາມຕົ້ນສະບັບຕົວຫນັງສືຂະແມ. ສ່ວນພາສາຝະລັ່ງແມ່ນມີການນຳໃຊ້ຍ້ອນເຫດຜົນທາງດ້ານປະຫວັດສາດ, ແລະ ພາສາອັງກິດແມ່ນໄດ້ມີການຮ່ຳຮຽນຫຼາຍຂຶ້ນໃນຊຸມປີຜ່ານມານີ້.

ດ້ານເສດຖະກິດ ແລະ ອຸດສາຫະກຳ

ລັດຖະບານແຫ່ງ ສ.ປ.ປ ລາວ ໄດ້ເລີ້ມການກະຈາຍອຳນາດຈາກສູນກາງລົງສູ່ທ້ອງຖິ່ນ ແລະ ສົ່ງເສີມທຸລະກິດຂອງພາກເອກະຊົນ ໃນປີ 1986, ເຊີ່ງເປັນຜົນເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດຢູ່ໃນອັດຕາສະເລ່ຍ 6% ຕໍ່ປີແຕ່ປີ 1988-2008. ເຖີງແມ່ນວ່າອັດຕາການເຕີບໂຕດັ່ງກ່າວຈະສູງກໍ່ຕາມ, ແຕ່ພື້ນຖານໂຄງລ່າງຫຼາຍເຂດກໍ່ຍັງຈະຕ້ອງໄດ້ສືບຕໍ່ພັດທະນາ ໂດຍສະເພາະແມ່ນຢູ່ເຂດຊົນນະບົດ. ເຂດຕົວເມືອງ ແລະ ເຂດຊົນນະບົດຫຼາຍເມືອງແມ່ນມີໄຟຟ້າໃຊ້. ດ້ານເສດຖະກິດແມ່ນໄດ້ຮັບປະໂຫຍດຫຼາຍຈາກການລົງທຶນຂອງຕ່າງປະເທດໃນຂະແໜງໄຟຟ້ານ້ຳຕົກ, ບໍ່ແຮ່ ແລະ ການກໍ່ສ້າງ. ພ້ອມດຽວກັນນັ້ນ, ລາວກຳລັງດຳເນີນການຕາມຂັ້ນຕອນທີ່ກຳນົດເພື່ອເຂົ້າ ເປັນສະມາຊິກອົງການການຄ້າໂລກ ເຊັ່ນການປະຕິຮູບການອະນຸຍາດນຳເຂົ້າ.

ພື້ນຖານກະສິກຳແມ່ນການປູກເຂົ້າກິນໃນເຂດດິນຕ່ຳເປັນຫຼັກ, ເຊີ່ງກວມເອົາ 30% ຂອງ GDP ແລະ ສ້າງວຽກເຮັດງານທຳ ປະມານ 80% ຂອງການຈ້າງງານທັງໝົດ. ຂະແໜງອຸດສາຫະກຳກວມປະມານ 33% ຂອງ GDP ແລະ ຂະແໜງການບໍລິການ ກວມ 37%. ສິນຄ້າສົ່ງອອກຫຼັກຂອງ ສ.ປ.ປ ລາວ ແມ່ນ: ຜະລິດຕະພັນໄມ້, ກາເຟ, ໄຟຟ້າ, ກົ່ວ, ທອງແດງ ແລະ ຄຳ. ການນຳເຂົ້າລວມມີ ເຄື່ອງກົນຈັກ ແລະ ອຸປະກອນ, ພາຫະນະ, ນ້ຳມັນເຊື້ອໄຟ ແລະ ສິນຄ້າບໍລິໂພກອື່ນໆ.

ດ້ານວັດທະນະທຳ

ສາດສະໜາພຸດເທລະວາດາແມ່ນສ່ວນສຳຄັນໃນວັດທະນາທຳລາວ, ເຊີ່ງມັນສະແດງອອກຢູ່ໃນທົ່ວປະເທດ ນັບແຕ່ພາສາ ເຖີງ ວັດວາອາຮາມ ແລະ ສິນລະປະ, ວັນນະຄະດີ, ການສະແດງສິນລະປະ ແລະ ອື່ນໆ ໃນຂອບເຂດທົ່ວປະເທດ. ເຄື່ອງດົນຕີແຫ່ງຊາດແມ່ນແຄນ, ເຊີ່ງເປັນເຄື່ອງດົນຕີໜື່ງທີ່ເຮັດມາຈາກໄມ້ປ່ອງ ທີ່ເປັນມູນມໍລະດົກມາແຕ່ດຶກດຳບັນ ແລະ ເປັນສ່ວນສຳຄັນຂອງເພງລາວ. ຕາມປະເພນີແລ້ວ ແຄນແມ່ນຈະຄຽງຄູ່ກັບນັກຮ້ອງເວລາ ລຳ, ເຊີ່ງລຳແມ່ນປະເພດເພງພື້ນເມືອງ ຍອດນິຍົມຂອງລາວ. ໃນຫຼາຍປະເພດຂອງລຳ, ອາດແມ່ນລຳສາລະວັນທີ່ໄດ້ຮັບຄວາມນິຍົມທີ່ສຸດ.

ອາຫານລາວແມ່ນມີລັກສະນະຄ້າຍຄືກັບອາຫານພາກຕາເວັນອອກສ່ຽງໄຕ້ ຂອງໄທ (ອີສານ). ເຂົ້າຫນຽວແມ່ນອາຫານສຳຄັນ ແລະ ມັນສະແດງເຖີງວັດທະນາທຳແລະ ສາດສະໜາຂອງຄົນລາວ.