Language :

ພັນທະກິດ

ເພີ້ມຄຸນຄ່າໃຫ້ກັບຂາຮຸ້ນ ແລະ ລູກຄ້າຢ່າງໝັ້ນຍືນ ດ້ວຍການສ້າງຄວາມໝັ້ນຄົງໃນການຜະລິດ ແລະ ຈັດສົ່ງໄຟຟ້າ ການເຕີບໃຫຍ່ໃນດ້ານການດຳເນີນງານ ຄວາມຮູ້ ຄວາມສາມາດຂອງບຸກຄະລາກອນ ພ້ອມດ້ວຍຄວາມຊ່ຽມຊານແບບເຄືອຂ່າຍ

ເຄື່ອນໄຫວທຸລະກິດ ໂດຍການພັດທະນາ ແລະດຳເນີນງານໂຄງການ ດ້ວຍຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ໂດຍໃຫ້ຄວາມສຳຄັນຕໍ່ການພັດທະນາຄຸນນະພາບຊີວິດຂອງຊຸມຊົນໃນພື້ນທີ່ ເຊີ່ງເຮົາປະກອບທຸລະກິດຢູ່

ປັດຊະຍາພື້ນຖານທາງທຸລະກິດ

ຄວາມເປັນເລີດໃນການບໍລິຫານຈັດການ:
  • ໃຫ້ຄວາມສຳຄັນຕໍ່ສິ່ງແວດລ້ອມ ສຸຂະອະນາໄມ ແລະ ຄວາມປອດໄພ
  • ຮັກສາຄວາມເພີ່ງພໍໃຈຂອງລູກຄ້າໃຫ້ຢູ່ໃນຂັ້ນສູງ
  • ພັດທະນາຄວາມໝັ້ນຄົງໃນການຈັດສົ່ງຜະລິດຕະພັນຢ່າງຕໍ່ເນື່ອງ
  • ພັດທະນາລະບົບການລາຍງານ ຕະຫຼອດຈົນເຄື່ອງມື ແລະ ກະບວນການໃນການບໍລິຫານຢ່າງຕໍ່ເນື່ອງ
  • ຫຼຸດຕົ້ນທຸນການຜະລິດ ແລະ ເພີ້ມປະສິດທິພາບໃນການຜະລິດ
  • ຫຼຸດຕົ້ນທຸນທາງການເງິນ
ການເຕີບໃຫຍ່ໃນຜົນການດຳເນີນງານ:
  • ຂະຫຍາຍການດຳເນີນທຸລະກິດໂຮງໄຟຟ້າ ພະລັງຄວາມຮ້ອນຮ່ວມ ລະບົບໂຄເຈເນີເລຊັ່ນໃນປະເທດໄທ ໃຫ້ກັບກຸ່ມລູກຄ້າ ອຸດສາຫະກຳ ທີ່ມີຄວາມຕ້ອງການໄຟຟ້າສູງ ແລະໃຫ້ຄວາມສຳຄັນໃນເລື່ອງຄວາມໝັ້ນຄົງຂອງລະບົບການຜະລິດແລະຈັດສົ່ງໄຟຟ້າ
  • ຜັນຂະຫຍາຍການດຳເນີນທຸລະກິດໂຮງໄຟຟ້າເອກະຊົນຂະໜາດໃຫຍ່ (ໄອພີພີ) ໃນປະເທດໄທ
  • ຜັນຂະຫຍາຍ ແລະ ຊອກຫາການດຳເນີນທຸລະກິດຕ່າງໆ ໃນປະເທດໃກ້ຄຽງ

ຄ່ານິຍົມອົງກອນ

ACT SPIRIT: ແມ່ນຄ່ານິຍົມ ແລະພຶດຕິກຳທີ່ຄາດຫວັງຂອງອົງກອນ ເຊີ່ງຄ່ານິຍົມນີ້ແມ່ນຖືກກຳໜົດຂຶ້ນ ເພື່ອໃຊ້ເປັນແນວທາງໃນການຖ່າຍທອດ ແລະ ປູກຝັງໃຫ້ພະນັກງານທຸກຄົນ ທຸກລະດັບໄດ້ຢຶດຖືແລະປະຕິບັດ ແນໃສ່ການອອກແຮງງານໄປໃນທິດທາງດຽວກັນ ແລະສ້າງສາໃຫ້ເກີດວັດທະນະທຳທີ່ດີຂອງອົງກອນ ເພື່ອສະໜັບສະໜູນໃຫ້ອົງກອນຂອງພວກເຮົາເປັນອົງກອນທີ່ໜ້າຢູ່ ແລະ ເຕີບໃຫຍ່ຕາມເປົ້າໝາຍໄດ້ຢ່າງມີປະສິດທິພາບແລະຢືນຍົງ

ມຸ່ງສູ່ຄວາມຝັນ

ພວກເຮົາມຸ່ງໝັ້ນທີ່ຈະເຮັດທຸກຢ່າງໃຫ້ດີທີ່ສຸດ

ຢຶດໝັ້ນສັນຍາ

ພວກເຮົາຕົງຕໍ່ເວລາ (ໃນກອງປະຊຸມ, ສ້າງສັນຜົນລັບຈາກການເຮັດວຽກ) ແລະມີຄວາມມຸ່ງໝັ້ນກັບຜົນລັບແລະສັນຍາທີ່ມອບໃຫ້

ເປັນທີ່ເພີ່ງພາແລະໄວ້ໃຈ

ສ້າງບັນຍາກາດທີ່ສະໜັບສະໜູນໃຫ້ເກີດການມີສ່ວນຮ່ວມໃນການແລກປ່ຽນຄຳຄິດເຫັນ ໃນປະເດັນຕ່າງໆ ຢ່າງສ້າງສັນ ແບ່ງປັນຂໍ້ມູນ ແລະ ສະແດງຄວາມເຄົາລົບຄຳຄິດເຫັນຂອງຜູ້ອື່ນ