Language :

ບໍລິສັດໄຟຟ້າຫວ້ຍເຫາະໄດ້ຄຸ້ມຄອງບໍລິຫານແຫຼ່ງຊັບພະຍາກອນທຳມະຊາດ ໂດຍໄດ້ພິຈາລະນາຄວາມຕ້ອງການຂອງປະຊາຊົນໃນທ້ອງຖີ່ນນັ້ນ ຈີ່ງ ເຮັດຂົງເຂດດັ່ງກ່າວໄດ້ຮັບການພັດທະນາຫຼາຍຢ່າງ.

ບໍລິສັດໄດ້ດຳເນີນການໃນໄລຍະທີ່ແນ່ນອນ ເພື່ອໃຫ້ໝັ້ນໃຈວ່າ ປະຊາຊົນທີ່ໄດ້ຮັບຜົນກະທົບທາງລົບຈາກການພັດທະນາດັ່ງກ່າວ ໄດ້ຮັບການເອົາໃຈໃສ່ ແລະ ເບິ່ງແຍງເປັນຢ່າງດີ, ເຊີ່ງ ມີພຽງບ້ານດຽວ (ບ້ານນ້ຳຫານ) ທີ່ຕົກຖືກໃນເນື້ອທີ່ເຂດອ່າງໂຕ່ງນ້ຳທີ່ມີປະຊາຊົນອາໃສຢູ່ ປະມານ 35 ຄົວເຮືອນ ໄດ້ຮັບການຍົກຍ້າຍພູມສັນຖານກ່ອນທີ່ບ້ານດັ່ງກ່າວຈະຖືກນ້ຳຖ້ວມ. ໃນໄລຍະການຍົກຍ້າຍພູມຖິ່ນຖານ, ຫ້ວຍເຫາະໄດ້ຈ່າຍເງີນ ຈຳນວນໜື່ງ ໃຫ້ແກ່ລັດຖະບານແຫ່ງ ສ.ປ.ປ ລາວ ເພື່ອນຳໃຊ້ເຂົ້າໃນຄ່າໃຊ້ຈ່າຍ ໃນການຍົກຍ້າຍປະຊາຊົນບ້ານນ້ຳຫານ. ໂກຼກຣູບ ທີ່ເປັນຜູ້ຖືຮຸ້ນລາຍໃຫຍ່ໃນປະຈຸບັນ ກໍ່ໄດ້ສືບຕໍ່ດຳເນີນການໂຄງການນີ້ ແລະ ໄດ້ເອົາເຂົ້າເປັນໂຄງການຊ່ວຍເຫຼືອສັງຄົມຂອງອົງກອນໃນບໍລິສັດໄຟຟ້າຫວ້ຍເຫາະ.

ໂດຍສອດຄ່ອງກັບນະໂຍບາຍການຍົກຍ້າຍພູມສັນຖານຂອງລັດຖະບານແຫ່ງ ສ.ປ.ປ ລາວ ແລະ ເພື່ອເປັນການປົກປັກຮັກສາເຂດດັ່ງກ່າວ, ປະຊາຊົນບ້ານນ້ຳຫານ ແລະ ປະຊາຊົນທ້ອງຖິ່ນຂອງບ້ານອື່ນໆໃນເຂດພູພຽງບໍລິເວນ ທັງໝົດຈຳນວນ 12 ບ້ານ ມີ 640 ຄົວເຮືອນ ໄດ້ຍ້າຍໄປຢູ່ບ້ານຈັດສັນໃໝ່ ໃນບ້ານຫ້ວຍກອງ.

ຈຸດປະສົງຂອງນະໂຍບາຍຍົກຍ້າຍພູມສັນຖານຂອງລັດຖະບານ ແຫ່ງ ສ.ປ.ປ ລາວ ແມ່ນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸກຍູ້ໃຫ້ການເຂົ້າເຖີງສະຫວັດດີການສັງຄົມທີ່ດີຂຶ້ນກວ່າເກົ່າ. ປະຊາຊົນຂອງບ້ານຫວ້ຍກອງ ໄດ້ມີລາຍໄດ້ຈາກການປູກກາເຟ ແລະ ພືດກະສິກຳອື່ນໆ, ມີສຸກສາລາ, ມີນ້ຳໃຊ້, ມີລະບົບປ່ອຍນ້ຳເປື້ອນ ແລະ ມີການສຶກສາ. ຊີວີດການເປັນຢູ່ຂອງປະຊາຊົນດີຂຶ້ນ ເຊີ່ງເປັນສ່ວນໜຶ່ງເພື່ອຊ່ວຍຫຼຸດຜ່ອນຄວາມກົດດັນຕໍ່ກັບສະພາບແວດລ້ອມ ໃນເຂດອະນຸລັກຊີວະນາໆພັນແຫ່ງຊາດ (NBCA) ທີ່ບໍລິສັດໄດ້ໃຫ້ຄວາມເອົາໃຈໃສ່ຢ່າງໃກ້ຊິດຕິດແທດ.