Language :

ນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ກ່ຽວກັບເຂດອະນຸລັກຊີວະນາໆພັນແຫ່ງຊາດ

  • ລັດຖະບານແຫ່ງສ.ປ,ປ ລາວ ອອກດໍາລັດວ່າດ້ວຍການສ້າງເຂດອະນຸລັກຊີວະນາໆພັນແຫ່ງຊາດ("NBCAs"), ສະບັບເລກທີ. 164/ນຍ, ລົງວັນທີ 29 ຕຸລາ 1994 ຈຸດປະສົງເພື່ອຈຳກັດຈຳນວນປະຊາກອນໃນເຂດທີ່ກຳນົດເປັນປ່າສະຫງວນ ໂດຍການຍົກຍ້າຍຖີ່ນ ຖານ ຂອງບ້ານໃຫ້ຢູ່ນອກເຂດ NBCAs.
  • ໃນຂອບຂອງ NBCA ແລະ ບໍ່ນອນໃນໂຄງການຂອງຫ້ວຍເຫາະ, ໂຄງການຮັກສາສິ່ງແວດລ້ອມຂອງ ລັດຖະບານແຫ່ງ ສ.ປ.ປ ລາວ ຮຽກຮ້ອງໃຫ້ການຍົກຍ້າຍພູມສັນຖານຂອງ 12 ບ້ານ (~640 ຄົວເຮືອນ ຫຼື ~2.700 ຄົນ), ລວມທັງບ້ານນໍ້າຫານ (35 ຄົວເຮືອນ, 130 ຄົນ), ເຊີ່ງເປັນບ້ານດຽວທີ່ໄດ້ຮັບຜົນກະທົບໂດຍກົງຈາກການສ້າງອ່າງເກັບນ້ຳຫ້ວຍເຫາະ

ການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ - EIA

  • ການສຶກສາຄວາມເປັນໄປໄດ້ ລວມມີ ການດຳເນີນການສຶກສາຜົນກະທົບດ້ານສີ່ງແວດລ້ອມ ແລະ ເສດຖະກິດ-ສັງຄົມ ຈາກຊ່ຽວຊານທີ່ປຶກສາສາກົນ ໃນເວລາທີ່ເໝາະສົມ.
  • ການສຶກສາດັ່ງກ່າວ ສະຫຼຸບວ່າ ບ້ານດຽວ (ບ້ານນໍ້າຫານ) ທີ່ມີປະຊາຊົນອາໃສຢູ່ປະມານ 130 ຄົນ (35 ຄົວເຮືອນ) ຈະຖືກນ້ຳຖ້ວມ ໂດຍອ່າງເກັບນ້ຳຫ້ວຍເຫາະ, ສະນັ້ນ ຕ້ອງໄດ້ຈັດສັນທີ່ຢູ່ໃຫ້ປະຊາຊົນບ້ານດັ່ງກ່າວຄືນໃໝ່.

ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ - EIA

ຫົວຂໍ້ຕົ້ນຕໍທີ່ສະຫຼຸບໄດ້ຈາກການສຶກສາ ແລະ ຕ້ອງໄດ້ເອົາໃຈໃສ່ຕື່ມແມ່ນ:

ດ້ານສຸຂະພາບຂອງປະຊາຊົນທ້ອງຖິ່ນກ່ອນການຍົກຍ້າຍພູມສັນຖານ

  • ສາຍເຫດຫຼັກຂອງການເຈັບເປັນ ຂອງປະຊາຊົນທ້ອງຖິ່ນກ່ອນການຍົກຍ້າຍພູມສັນຖານ ແມ່ນພະຍາດໄຂ້ຍຸງ ແລະ ຖອກທ້ອງ. ສາຍເຫດຕົ້ນຕໍທີ່ພາໃຫ້ເສຍຊີວິດ ຈັດລຽງດຳລັບຕາມຄວາມສຳຄັນທີ່ຫຼຸດລົງແມ່ນ: ພະຍາດໄຂ້ຍຸງ > ຖອກທ້ອງ > ວັນນະໂລກ.
  • ພະຍາດໄຂ້ຍຸງຊຶ່ງສ່ວນໃຫຍ່ເກີດຈາກນໍ້າ ເຊີ່ງແມ່ນພະຍາດຊຳເຮື້ອປະຈຳຂົງເຂດ. ໃນເຂດຊຸມຊົນທ້ອງຖິ່ນມາດຕະຖານດ້ານໂພສະນາການ ແລະ ສຸຂະພາບ ແມ່ນຍັງຕ່ຳ. ປະຊາຊົນສ່ວນໃຫຍ່ແມ່ນບໍ່ໄດ້ຮັບການປ້ອງກັນເຊື້ອໂລກ ແລະ ການເສຍຊີວິດຂອງເດັກນ້ອຍແມ່ນຢູ່ໃນລະດັບສູງ.

ການຕັ້ງຖີ່ນຖານ ແລະ ປະຊາຊົນ (ສະພາບການກ່ອນການຍົກຍ້າຍພູມສັນຖານ)

  • ດ້ານເສດຖະກິດ: ແມ່ນການປູກຝັງກະສິກຳແບບທົດແທນເປັນສ່ວນໃຫຍ່ ຕາມພູເຂົາແລະທົ່ງພຽງໃນບໍລິເວນອ່າງໂຕ່ງນໍ້າຫ້ວຍເຫາະ ເຊີ່ງເປັນດິນປູກຝັງທີ່ມີຄຸນນະພາບຕໍ່າ ແລະມີລັກສະນະດິນຊາຍປົນຫີນແຮ່.
  • ດ້ານການສຶກສາ: ອັດຕາການກຶກໜັງສື ຂອງປະຊາຊົນແມ່ນສູງທີ່ສຸດໃນເຂດດັ່ງກ່າວ ເຊີ່ງເປັນເຂດທີ່ຂາດເຂີນສິ່ງອຳນວຍຄວາມສະດວກ ດ້ານການສຶກສາ ແລະ ແຫຼ່ງສິດສອນ. ບັນຫາອັນຕົ້ນຕໍທີ່ປະເຊີນໜ້າຂອງລະບົບການສຶກສາແມ່ນຂາດເຂີນໂຮງຮຽນ, ຄູ-ອາຈານ ແລະ ອຸປະກອນການຮຽນ, ການສອນ.

ໂຄງການພັດທະນາຊຸມຊົນຂອງບໍລິສັດໄຟຟ້າຫ້ວຍເຫາະ ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາໃນຂົງເຂດດັ່ງກ່າວ ແລະ ສະພາບການດັ່ງກ່າວໄດ້ຮັບການປັບປຸງຢ່າງດີ.