Language :

ຜູ້ຜະລິດໄຟຟ້າຊັ້ນນຳ

ບໍລິສັດໄຟຟ້າຫ້ວຍເຫາະ (HHPC) ແມ່ນຜູ້ຜະລິດໄຟຟ້າເອກະຊົນຂະໜາດໃຫຍ່ (IPP) ທີ່ຕັ້ງຢູ່ ແຂວງອັດຕະປື, ພາກໃຕ້ຂອງລາວ.

ກ່ຽວກັບພວກເຮົາ

ບໍລິສັດ​ໄຟຟ້າຫ້ວຍ​ເຫາະ (HHPC)

HHPC ແມ່ນບໍລິສັດຮ່ວມທຶນ ລະຫວ່າງ ໂກຼ, ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ແຮມມາຣາຈ, ເຊີ່ງເປັນເຈົ້າຂອງແລະບໍລິຫານເຂື່ອນໄຟຟ້ານ້ຳຕົກຢູ່ແຂວງອັດຕະປື ພາກໃຕ້ຂອງລາວ. ເຂື່ອນນີ້ແມ່ນໃນຈຳນວນເຂື່ອນຜະລິດໄຟຟ້າເອກະຊົນຂະໜາດໃຫຍ່ (IPP) ທຳອິດຢູ່ໃນ ສປປ ລາວ ແລະ ໄດ້ເລີ້ມການຜະລິດເພື່ອການຄ້າ ໃນເດືອນ ກັນຍາ ປີ1999. ຜົນຜະລິດໃນເຂື່ອນໄຟຟ້ານີ້ ແມ່ນຂາຍໃຫ້ແກ່ ກຟຜ ພາຍໃຕ້ສັນຍາຊື້-ຂາຍໄຟຟ້າໄລຍະຍາວ (PPAs) ແລະ ອີກຈຳນວນໜຶ່ງແມ່ນຂາຍໃຫ້ ຟຟລ ເພື່ອນຳສົ່ງໃຫ້ແກ່ການຊົມໃຊ້ຂອງຊຸມຊົນໃນເຂດໃກ້ຄຽງ.

ໂຮງໄຟຟ້າ

ທີ່ຕັ້ງຢູ່ ແຂວງອັດຕະປື, ພາກໃຕ້ຂອງລາວ. ເຂື່ອນໄຟຟ້ານ້ຳຕົກ ມີກຳລັງຕິດຕັ້ງ 152 MW ເຊີ່ງ ໄດ້ເລີ້ມການຜະລິດເພື່ອການຄ້າໃນປີ 1999. ບໍລິສັດໄດ້ດຳເນີນການຕາມສັນຍາກັບລັດຖະບານແຫ່ງ ສ.ປ.ປ ລາວໃນຮູບແບບ ສ້າງ, ຜະລິດ ແລະ ມອບໂອນ (BOT) ທີ່ໄດ້ສະໜອງພະລັງງານໄຟຟ້າໃຫ້ ຟຟລ ແລະ ສົ່ງອອກຂາຍໃຫ້ ກຟຜ ແຫ່ງປະເທດໄທ.

152 ເມກາວັດ

ຄວາມສາມາດ

1999

ການປະຕິບັດງານ