|
|
|
|
|
ນະໂຍບາຍຂອງລັດຖະບານລາວກ່ຽວກັບເຂດອະນຸລັກຊີວະນາໆພັນແຫ່ງຊາດ
- ລັດຖະບານລາວ
ອອກດໍາລັດກ່ຽວກັບເຂດອະນຸລັກຊີວະນາໆພັນແຫ່ງຊາດ (“NBCAs”),
ສະບັບເລກທີ. 164/ນຍ
ລົງວັນທີ 29 ຕຸລາ
1994 ຈຸດປະສົງເພື່ອໃຫ້ ປະຊາຊົນທໍາມາຫາກິນຢູ່ໃນເຂດ ທີ່ກໍານົດໄວ້
ດ້ວຍການຈັດສັນ
ທີ່ທໍາມາຫາກິນ ໃຫ້ປະຊາຊົນຍົກຍ້າຍອອກຈາກເຂດອະນຸລັກຊີວະນາໆພັນແຫ່ງຊາດ (NBCAs)
- ໃນຂອບເຂດຂອງ ການອະນຸລັກຊີວະນາໆພັນແຫ່ງຊາດ (NBCA) ແລະ ຂອງໂຄງການຫ້ວຍເຫາະ
ຕາມແຜນການປ້ອງກັນ,
ຮັກສາສະພາບແວດລ້ອມຂອງ ລັດຖະບານລາວ ຈໍາຕ້ອງຈັດສັນ
ຍົກຍ້າຍ 12 ໝູ່ບ້ານ (~ 640 ຄອບຄົວ
ຫຼື ~ 2,700 ຄົນ), ລວມທັງບ້ານນໍ້າຫານ (35 ຄອບຄົວ, 130 ຄົນ),
ເຊື່ງ ແມ່ນບ້ານນີ້ເທົ່ານັ້ນທີ່ໄດ້ຮັບຜົນກະທົບໂດຍກົງຈາກອ່າງເກັບນໍ້າເຂື່ອນຫ້ວຍເຫາະ.
|
|
ການປະເມີນຜົນກະທົບທາງດ້ານສະພາບແວດລ້ອມ
ແລະ ສັງຄົມ – EIA
- ການສຶກສາຄວາມເປັນໄປໄດ້ ລວມທັງ ຄວາມເໝາະສົມແລະຜົນກະທົບຕໍ່ສະພາບແວດລ້ອມແລະເສດຖະກິດ-ສັງຄົມ.
ການສຶກສາໄດ້ດໍາເນີນຢ່າງລະອຽດ ຄົບຖ້ວນດີ
ດ້ວຍບັນດາທີ່ປຶກສາມືອາຊີບລະດັບສາກົນ.
- ການສຶກສາດັ່ງກ່າວ ໄດ້ສະຫຼຸບວ່າ
ນຶ່ງໝູ່ບ້ານ
(ບ້ານ ນໍ້າຫານ)
ລວມຜູ້ອາໃສຢູ່ປະມານ
130 ຄົນ (35 ຄອບຄົວ
ຈະຖຶກນໍ້າຖ້ວມຈາກອ່າງເກັບນໍ້າເຂື່ອນຫ້ວຍເຫາະ
ດັ່ງນັ້ນ ຈຶ່ງຖຶກຍົກຍ້າຍໄປຕັ້ງຖີ່ນຖານໃໝ່.
|
ການປະເມີນຜົນກະທົບຕໍ່ສະພາບແວດລ້ອມ – EIA
|
- ດ້ານສຸຂະພາບຂອງປະຊາຊົນກ່ອນການຈັດສັນ
- ສາຍເຫດຂອງການເຈັບເປັນສ່ວນໃຫຍ່ ຂອງປະຊາຊົນ
ໃນທ້ອງຖິ່ນນັ້ນກ່ອນການຈັດສັນ ແມ່ນເປັນພະຍາດ
ໄຂ້ຍູງ ແລະ
ຖອກທ້ອງ. ສາຍເຫດທີ່ພາໃຫ້ເສຍຊີວິດ
ຍ້ອນຂາດຄວາມເອົາໃຈໃສ່ຕໍ່ພະຍາດດັ່ງກ່າວເຊ່ນ:
ພະຍາດໄຂ້ຍູງ,
ຖອກທ້ອງ ແລະ
ວັນນະໂລກ.
- ພະຍາດໄຂ້ຍູງ ແມ່ນສ່ວນໃຫຍ່ເກີດຈາກນໍ້າ ເຊິ່ງແຜ່ຫຼາຍໃນຂົງເຂດນັ້ນ. ໃນເຂດຊົນນະບົດ
ສອກຫຼີກ ສະພາບຊີວິດການເປັນຢູ່ ຍັງຂາດເຂີນ,
ມາດຕະຖານການດໍາລົງຊີວິດ ແລະສຸຂະອະນາໄມຢູ່ໃນລະດັບຕໍ່າ
ຜູ້ຢູ່ອາໃສສ່ວນຫຼວງຫຼາຍບໍ່ໄດ້ຮັບການປ້ອງກັນເຊື້ອໂລກ
ແລະການເສຍຊີວິດຂອງເດັກນ້ອຍແມ່ນຢູ່ໃນລະດັບສູງ.
- ການຕັ້ງຖີ່ນຖານ ແລະ ປະຊາຊົນ (ສະພາບການ
ກ່ອນການຈັດສັນ)
ດ້ານເສດຖະກິດ: ເອົາການລ້ຽງຊີບດ້ວຍການປູກຝັງເປັນສ່ວນໃຫຍ່. ດິນປູກຝັງຄຸນນະພາບຕໍ່າ, ລັກຊະນະດິນຊາຍປົນຫີນແຮ່
ຕາມບໍລິເວນອ່າງໂຕ່ງນໍ້າເຂື່ອນຫ້ວຍເຫາະ.
ດ້ານການສຶກສາ: ອັດຕາການກຶກໜັງສື
ຂອງປະຊາຊົນແມ່ນສູງທີ່ສຸດໃນເຂດດັ່ງກ່າວເຊຶ່ງເປັນເຂດທີ່ຂາດເຂີນສີ່ງອໍານວຍຄວາມສະດວກໃນການຮຽນແລະການສິດສອນ. ບັນຫາອັນຕົ້ນຕໍທີ່ປະເຊີນໜ້າຂອງລະບົບການສຶກສາໃນເວລານັ້ນແມ່ນຂາດເຂີນໂຮງຮຽນ,
ຄູ ອາຈານແລະອຸປະກອນການຮຽນ
ການສອນ
|
|
|
|
 |
|
Copyright ⓒ 2006 All rights reserved by HHPC. Please refer
to Disclaimer
|
|