ສະພາບ​ລວມຂອງ​ໂຄງການ - ທີ່​ຕັ້ງ

 

ພູ​ພຽງ​ບໍລະ​ເວນ​ຕັ້ງ​ຢູ່​ພາກ​ໃຕ້​ຂອງ​ປະ​ເທດ​ລາວ ​ເປັນ​ພື້ນ​ທີ່​ສູງ​ຊັນ ກວມ​ເນື້ອ​ທີ່​ທັງ​ໝົດ​ປະມານ 5,000ກມ2 ​​ເຊື່​ງ​ໄດ້​ກວມ​ເອົາ​ບາງ​ສ່ວນ​ຂອງ​ແຂວງ​ຈໍາປາ​ສັກ​, ສາລະ​ວັນ​ແລະ​ອັດ​ຕະປື​​.

ທາງພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ພູ​ພຽງ​ນີ້​ເປັນ​ເຈີ້ຍ​ພູ​ຊື່​ງມີຄວາມ​ສູງປ່ຽນ​ແປງ​ແຕ່ 1,000ມ ຫາ 100ມ ທຽບ​ໃສ່​ລະດັບ​ນໍ້າ​ທະ​ເລ​ແລະ​ມີ​ຄວາມ​ຍາວ​ບໍ່ພໍ​ເທົ່າ​ໃດ​ກິ​ໂລ​ແມັດ​ເທົ່າ​ນັ້ນ​.

ຄວາມ​ສູງ​ຊັນ​ຂອງ​ເຈີ້ຍ​ພູ​ດັ່ງກ່າວ​ນີ້​ແມ່ນ​ເໝາະ​ສົມ​ທີ່​ສຸດ​ສໍາລັບການກໍ່ສ້າງ​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າ ທີ່​ຕ້ອງການ​ຄວາມ​ສູງ​ຂອງ​ນໍ້າຕົກເພື່ອ​​ຜະລິດ​ໄຟຟ້າ.

Copyright 2006 All rights reserved by HHPC. Please refer to Disclaimer