ການຮ່ວມ​ມື​ຂອງບໍລິສັດ​ໄຟຟ້າ​ຫ້ວຍ​ເຫາະ​ກັບຊຸມຊົນທ້ອງ​ຖີ່​ນ

 

ເຖີງ​​ແມ່ນ​ວ່າ​ຫຼັງ​ຈາກການ​ຍົກຍ້າຍຖີ່​ນຖານ​ໃໝ່​ແກ່​ປະຊາຊົນ​ຂອງ​ລັດຖະບານ​ລາວ​ສໍາ​ເລັດ​ແລ້ວ​ກໍ​ຕາມ, ບໍລິສັດ​ໄຟຟ້າ​ຫ້ວຍ​ເຫາະ ຍັງ​ໄດ້​ສົ່ງ​ເສີມ​ແຜນການຊ່ວຍ​ເຫຼືອ​ແກ່ຊຸມຊົນທ້ອງ​ຖີ່​ນ, ລວມທັງ​ເຂດບ້ານຈັດສັນ ​ແລະ​ໝູ່​ບ້ານ​ໃກ້​ຄຽງກັບໂຮງ​ໄຟຟ້າ​ນັບ​ແຕ່​ປີ 2001 ​ເປັນຕົ້ນ​ມາ.




ປະຊາຊົນ​ໃນ​ເຂດບ້ານຈັດສັນ ​ໄດ້​ມີ​ນໍ້າ​ໃຊ້​ຕະຫຼອດ​ປີ, ​​​ເປັນຜົນສຶບ​ເນື່ອງ​ມາ​ຈາກ ຜນການປັບປຸງຄືນ​ໃໝ່ ໃນ​ຊຸມປີ 2001, ​​ໄດ້ປັບປຸງ​ສີ່​ງອໍານວຍ​ຄວາມ​ສະດວກ​ຂອງ​ໂຮງຮຽນແລະຊ່ວຍ​ເຫຼືອນດ້ານ​ການ​ບໍາລຸງ​ຮັກສາ​ໃນ​ພາກສ່ວນ​ຕ່າງໆ​.

 

 

 

ຄໍາ​ສັນຍາຂອງພວກ​ເຮົາ​ຕໍ່​ເຂດບ້ານຈັດສັນ ມ່ນ​ຈະ​ສ້າງ​ໂຮງຮຽນຫຼັງ​ໃໝ່​, ສະ​ລ້ຽງ​ປາ, ປັບປຸງ​ແລະ​ປົວ​ແປງ​​ເສັ້ນທາງ​ເຂົ້າ​ບ້ານ ​ແລະ​ລະບົບສຸຂະ​ອະນາ​ໄມ ​ໃນ​ປີ 2006 ​ແລະ​ບໍລິສັດຍັງ​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ຕື່ມ​ອິກ​ໃນ​ຊຸມ​ປີ​ຕໍ່ໜ້າ​.

 

 

 

 

ບັນຫາ​ສໍາຄັນ​ທີ່​ສຸດ, ພວກ​ເຮົາ​​ໄດ້ດໍາ​ເນີນ​ເປັນ​ປະ​ຈໍາ​​ໃນ​ການແລກປ່ຽນ​ຄວາມ​ຄິດ​ເຫັນ​​ເຊີ່ງ​ກັນ​ແລະ​ກັນ​ເພື່ອ​ໝັ້ນ​ໃຈ​ວ່າ ພວກ​ເຮົາ​ກັບປະຊາຊົນບ້ານຈັດສັນ ​ແມ່ນ​ເຮັດວຽກຮ່ວມກັນ​ແລະ​ມີ​ເປົ້າ​ໝາຍອັນດຽວກັນ​.

 

 

ພວກ​ເຮົາ​ໄດ້​ປະກອບສ່ວນ​ໃນ​ງານຕ່າງໆ​ຂອງຊຸມຊົນທ້ອງ​ຖີ່​ນ, ຊ່ວຍ​ເຫຼືອທາງດ້ານການ​​ແພດ​​ໃນ​ກໍລະນີ​​ສຸກ​ເສີນ​ແລະ​ ສ່ວນ​​ໃຫຍ່ແມ່ນ​ຈ້າງ​ປະຊາຊົນ​ທ້ອງ​ຖີ່ນເຂົ້າເປັນກໍາມະກອນ​ໃນ​ບໍລິສັດ.

 

 

 

 

Copyright 2006 All rights reserved by HHPC. Please refer to Disclaimer