ວັນ​ສໍາຄັນ:

  • ສັນຍາ ສໍາປະທານ BOT (30 ປີ): ​ໄດ້​ສ້າງຂື້ນ ວັນ​ທີ 23 ​ເດືອນ ກັນຍາ ປີ 1993  (ເລີ້ມ ວັນ​ທີ 3 ​ເດືອນ ກັນຍາ ປີ 1999   – ວັນ​ທີ 2 ​ເດືອນ ກັນຍາ ປີ 2029 ).
  • ວັນສ້າງ​ຕັ້ງ ບໍລິສັດ ວັນ​ທີ 27 ​ເດືອນ ມິຖຸນາ ປີ 1996.
  • ວັນ​ເຊັນສັນຍາ ຊື້ ຂາຍ ​ໄຟຟ້າ ວັນ​ທີ 24 ​ເດືອນ ມິຖຸນາ ປີ 1997 (ເລີ້ມ ວັນ​ທີ 3 ​ເດືອນ ກັນຍາ ປີ 1999   – ວັນ​ທີ 2 ​ເດືອນ ກັນຍາ ປີ 2029 ).
  • ວັນເລີ້ມ​ຕົ້ນ​ຂາຍ​​ໄຟຟ້າເປັນ​ທາງ​ການ ວັນ​ທີ 3 ​ເດືອນ ກັນຍາ ປີ 1999.
  • ບໍລິ​ສັດ Suez Energy International ເຂົ້າ​ມາ​ຖືຫຸ້ນ ວັນ​ທີ 22 ​ເດືອນ ມັງກອນ ປີ 2002 (ເລີ້ມ ວັນ​ທີ 22 ​ເດືອນ ມັງກອນ ປີ 2002  – ວັນ​ທີ 2 ​ເດືອນ ກັນຍາ ປີ 2029 ).
  • ຜົນ​ສໍາ​ເລັດໂຄງການປັບປຸງທາງ​ດ້ານ​ການ​ເງີ​ນ ວັນ​ທີ 23 ​ເດືອນ ທັນວາ ປີ 2002.

 

 

ການ​ພັດທະນາ, ການ​ກໍ່​ສ້າງ, ການ​ດໍາ​ເນີນ​ການ​ຜະລິດ​ແລະ​ການ​ຊື້​ຂາຍ.

  • ໂຄງການ​ດັ່ງກ່າວ​ນີ້​ໄດ້​ເລີ້ມ​ຕົ້ນ​ພັດທະນາ​ໂດຍ ບໍລິສັດ ​ແດ​ວູອິນ​ເຈຽ​ເນຍລິງ ​ແລະ ກໍ່ສ້າງ (Daewoo Engneering & Construction) ແຫ່ງ ສປ ​ເກົາຫຼີ ທັງ​ເປັນ​ຜູ້​ປະກອບ​ທຶນ​ໃນ​ນາມ​ຜູ້​ຮັບ​ເໝົາ​ກໍ່ສ້າງ(EPC) ​ໃນ​ປີ 1993​. ບໍລິສັດ​ດັ່ງກ່າວ​ໄດ້​ເຊັນ​ສັນຍາ​ສໍາປະທານ​ກັບ​ລັດຖະບານ​​ແຫ່ງສປປ ລາວ ​ໃນ​ຮູບ​ແບບ BOT ​ໄລຍະ 30 ປີ ​ເພື່ອ​ພັດທະນາ​ຊັບພະຍາກອນ​ທາງ​ດ້ານ​ໄຟຟ້າ​ພະລັງ​ນໍ້າໃນ​ຂົງ​ເຂດ​ພູ​ພຽງ​ບໍລິ​ເວນ​ທີ່​ມີ​ຄວາມ​ເໝາະ​ສົມ​ທີ່​ສຸດສໍາລັບ​ການ​ພັດທະນາທາງ​ດ້ານ​​ໄຟຟ້າ​ພະລັງ​ນໍ້າແຕ່​ຍັງ​ບໍ່​ທັນ​ໄດ້​ນໍາໄປ​ຈັດ​ຕັ້ງ​ປະຕິບັດ ​ເພື່ອ​ໃຫ້​ເກີດ​ຜົນ​ເປັນ​ຈິ​ງທາ​ງດ້ານຮູບ​ປະ​ທໍາ.

 

 

 

​ການ​ມອບໂອນ​ກໍາມະສິດ

  • ໂຄງການນີ້ ​​ໃດ້​ໂອນຫຸ້ນ​ໃຫ້ ບໍລິສັດ SUEZ Energy International (60%) ບໍລິສັດ ຫ້ວຍ​ເຫາະ​ໄທ ຈໍາກັດ (20%) ໃນ​ປີ 2002. ບໍລິສັດ SUEZ Energy International ​ໄດ້​ກາຍເປັນນື່ງ​ໃນ​ຜູ້ມີ​ບົດບາດ​ສໍາຄັນ​ໃນ​ຂະ​ແໜງອຸດ​ສະຫະ​ກໍາໄຟຟ້າ ຢູ່​ໃນ ສປປ ລາວ.
  • ເຂື່ອນ​ໄຟຟ້າ​ຫ້ວຍ​ເຫາະ​ໄດ້​ເລີ້ມ​ຜະລິດມາ​ແຕ່ ​ເດືອນ ກັນຍາ 1999, ແລະ​ໄດ້​ຕອບ​ສະໜອງໄຟຟ້າ​ໄດ້​ຕາມ​ສັນຍາ​ຊື້​ຂາຍ​ໄຟ​(PPA) ກັບ ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ(EGAT) ຢ່າງ​ມີ​ປະສິດທິພາບ​ຕະຫຼອດ​ມາ.

 

 

Copyright 2006 All rights reserved by HHPC. Please refer to Disclaimer