ການ​ປະກອບສ່ວນ​​ໃຫ້​ ສປປ ລາວ ແລະ​ເສດຖະກິດ​ທ້ອງ​ຖີ່​ນ.

 

ບໍລິສັດ​ໄຟຟ້າ​ຫ້ວຍ​ເຫາະ​ເປັນ​ຕົວ​ແທນ​ຜູ້​ນຶ່ງປະກອບ​ສ່ວນ​ໃຫ້ຊາດ ແລະເສດຖະກິດ​ທ້ອງ​ຖີ່​

  • ການ​ລົງ​ທືນ​ສ່ວນ​ໃຫຍ່​ຂອງຕ່າງ​ປະເທດ​ເຂົ້າ​ໃນ​​ໂຄງການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.
  • ການໃຊ້​ຈ່າຍ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ແລະບໍາລຸງ​ຮັກສາ​ສ່ວນ​​ໃຫຍ່​ແມ່ນ​ຢູ່​ພາຍ​ໃນປະ​ເທດ.
  • ເປັນ​ລາຍໄດ້​ອັນສໍາຄັນໃຫ້​ແກ່​ຊາດ​ແລະ​​ຂັ້ນແຂວງຈາກ​ການຈ່າຍ​ພັນທະຄ່າ​ພາກ​ຫຼວງ​​, ພາສີອາກ​ອນ ຂອງ​ໂຄງການ​. ​
  • ໃຫ້​ໂອກາດມີ​ວຽກ​ເຮັດ​ງານ​ທໍາ:

- ໄລຍະ​ການ​ກໍ່ສ້າງ

~ 325 ຄົນ ສໍາລັບ​ຄົນ​ລາວ, ສ່ວນ​ໃຫຍ່​ແມ່ນ​ຄົນ​ທ້ອງ​ຖີ່​ນ (ບ້ານ ນໍ້າ​ຫານ ​ແລະ​ໝູ່​ບ້ານ​ອ້ອມ​ແອ້ມ​ໂຄງການ​)

- ມີວຽກ​ເຮັດ​ງານ​ທໍາຢ່າງ​ຖາວອນ​ໃນ​ໄລຍະ​ການ​ຄຸ້ມ​ຄອງ:

~84 ຄົນ ສໍາລັບ​ຄົນ​ລາວ, ສ່ວນ​ໃຫຍ່​ແມ່ນ​ຄົນ​ທ້ອງ​ຖີ່​ນ (ບ້ານ ນໍ້າ​ຫານ ​ແລະ​ໝູ່​ບ້ານ​ອ້ອມ​ແອ້ມ​ໂຄງການ​)

 

  ກິດຈະ​ກໍາ​ຕ່າງໆ​ທາງດ້ານ​ສັງຄົມ/ສະພາບ​ແວດ​ລ້ອມ​ໃນ​ປີ 2007 ​ເຖີງ ​ເດຶອ​ນທັນວາ ປີ 2008

 

ພັນທະ​ທີ່​ກ່ຽວຂ້ອງ​ຂອງ​ບໍລິສັດ​ຕໍ່​ກັບ​ສັງຄົມ​ແລະ​ສະພາບ​ແວດ​ລ້ອມ ​​ໄດ້​ດຳ​ເນີນ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ຊຸມ​ປີ 2008 ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​: ທາງ​ບໍລິສັດ​ໄດ້​ປຸກ​ສ້າງ​ເພີ້​ມ​ໂຮງຮຽນ​ຫຼັງ​ໃໝ່ຕື່ມ​ອີກ 1 ຫຼັງ ​ເພື່ອ​ຮອງ​ຮັບ​ຈຳນວນ​ນັກ​ຮຽນ​ທີ່​ເພີ້ມຂຶ້ນ​​ໃຫ້​ແກ່​ໝູ່​ບ້ານ​ຈັດ​ສັນ​ຫ້ວຍ​ກອງ​, ນອກຈາກ​ນັ້ນ​ບໍລິສັດ​ຍັງ​ສືບ​ຕໍ່​ໃຫ້​ທຶນ​ການ​ສຶກສາ​​​ແກ່​ນັກ​ສຶກສາ​ຂອງ​ໝູ່​ບ້າ​ນດັ່ງກ່າວ …

 

 

ນອກຈາກ​ນັ້ນ​ທາງ​ບໍລິສັດ​ຍັງ​ໄດ້​ໃຫ້ການ​ຮ່ວມ​ມື​ແລະ​ຊ່ວຍ​ເຫຼືອ​ແກ່​ໝູ່​ບ້ານ​ອ້ອມ​ຂ້າງ​ໂຮງ​ໄຟຟ້າ (ບ້ານ​ ​ໂສກ, ບ້ານ​ຂຸມຄຳ) ​ເພື່ອ​​ເປັນ​ການ​ຊຸກ​ຍູ້ສົ່ງ​ເສີມ​ໃຫ້​ນັກຮຽນ​ມີຄວາ​ມກະຕືລື​ລົ້ນ​ໃນ​ການ​ສຶກສາ​ຮໍ່າຮຽນ ​ແລະ​ທາງ​ບໍລິສັດ​ຍັງ​ໄດ້​ຊ່ວຍ​ປັບປຸງ​ສຸກສາລາ​ເຊັ່ນ: ຕິດ​ຕັ້ງ​ໄຟ​ຟ້າ, ​ປະກອບ​ອຸປະກອນ​ການ​ແພດ ​ແລະ​ອື່ນໆ…

   



  ກິດຈະ​ກໍາ​ຕ່າງໆ​ທາງດ້ານ​ສັງຄົມ/ສະພາບ​ແວດ​ລ້ອມ​ໃນ​ປີ 2009

 

ช่วยเหลือผู้ประสบอุทกภัย

นายยุน พาร์ค ประธานเจ้าหน้าที่บริหาร บริษัท ไฟฟ้าห้วยเหาะ จำกัด
และนายเฮกกิ พูดาส รองกรรมการผู้จัดการใหญ่สายพัฒนาโครงการและธุรกิจก
ลุ่มบริษัทโกลว์
ส่งมอบข้าวเหนียวและเครื่องอุปโภค-บริโภค มูลค่ารวมประมาณ 11,000
ดอลลาร์สหรัฐ หรือประมาณ 93.5 ล้านกีบ ให้แก่ นายแคนทอง สีสุวง รองเจ้าแขวงอัตตะปือ และนายหวัดสะดี ขุมเพ็ชสะวงหัวหน้าห้องว่าการปกครองแขวงอัตตะปือโดยบริจาคให้แก่ผู้ปร
ะสบอุทกภัยจากพายุไต้ฝุ่นกิสนาในหมู่บ้านรอบโรงไฟฟ้าห้วยเหาะและแขวงอัตตะปือ


 

Copyright 2006 All rights reserved by HHPC. Please refer to Disclaimer